ຝຶກອົບຮົມພະນັກງານ ອຄ ຂັ້ນເມືອງ ຊຸດທີ VII ພາຍໃຕ້ຫົວຂໍ້ " ວຽກງານອຸດສາຫະກຳ ແລະ ການຄ້າ ກັບການລຸດຜ່ອນຄວາມທຸກຍາກ "
ອຸດສາຫະກຳ ແລະ ການຄ້າ ເມືອງທຸກຍາກພາກເໜືອ ຊຸດທີ VII ຮຽນຮູ້ການສົ່ງເສີມ ການຜະລິດເພື່ອສົ່ງອອກ. ພະນັກງານຂະແຫນງອຸສາ ຫະກຳ ແລະ ການຄ້າຈາກບັນດາ ເມືອງທຸກຍາກໃນແຂວງພາກ ເຫນືອຮຽນຮູ້ກ່ຽວກັບການ ຜະລິດ ເປັນສິນຄ້າ ແລະ ການແຂ່ງຂັນ ຂອງທຸລະກິດ ຂະຫນາດນ້ອຍ ແລະ ກາງ ໃນບັ້ນຝຶກອົບຮົມ ຊຸດທີ VII
“ ²¾¨ÃªÉ¹ö¸¢Ó* ¸¼¡¤¾º÷©¦¾¹½¡¿ Áì½ ¡¾£É¾ ¡ñ®¡¾ÍЩ°Èº£¸¾´ê÷¡¨¾¡ ” ©¨À˜Ã¦È¸¼¡¤¾¦‰¤À¦ó´¡¾°½ìò©²¾¨ÃÀ²ˆº¦ö¤ºº¡¢º¤°øÉ°½ìò© ¢½Î¾©Éº¨ Áì½ ¢½Î¾©¡¾¤ ¦¿ìñ®À´õº¤ê÷¡¨¾¡.
ໃນຂະນະທີ່ຜູ້ເຂົ້າຮ່ວມສ່ວນຫລາຍແມ່ນສົນໃຈວຽກງານ ໂອດ໊ອຟ (ODOP) ແລະ ການສະເໜີໂຄງການຕົວແບບ ໂຄງການ ອອນປາກູ (ONPAKU) ເພື່ອຈະນຳເອົາຂໍ້ມູນຈາກບັນດາເມືອງຕ່າງໆ ທີ່ເຂົ້າໃນການຝຶກອົບຮົມຄັ້ງນີ້ ມາຂຽນເປັນບົດສະເໜີ ຂໍທຶນຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ຊື່ງໂຄງການອອນປາກູ (ONPAKU) ແມ່ນໂຄງການສົ່ງເສີມການຜະລິດ ແລະ ການສົ່ງອອກກັບທີ່ ລວມໄປເຖີງການເປີດໂອກາດ ໃຫ້ຮຽນຮູ້ ຮີດຄອງ ປະເພນີ ວັດທະນະທຳການດຳລົງຊີວິດ ແລະ ການທ່ອງທ່ຽວແບບຊຸມຊົນ ໃຫ້ກັບນັກທ່ອງທ່ຽວ ຫລືຜູ້ທີ່ສົນໃຈຢາກຮຽນຮູ້ ໃນກິດຈະກຳດັ່ງກ່າວ.
ຊຸດຝຶກອົບຮົມຄັ້ງນີ້ເລັ່ງໃສ່ພະນັກງານຂະແຫນງອຸດສາຫະກຳ ແລະ ການຄ້າ ຈາກບັນດາເມືອງທຸກຍາກໃນແຂວງພາກເຫນືອເພື່ອສົ່ງເສີມ ແລະ ສ້າງຄວາມອາດ ສາມາດໃຫ້ເຂົາເຈົ້າຮູ້ຈັກ ການສົ່ງເສີມການຜະລິດເພື່ອໃຫ້ສາມາດນຳໄປ ເຜີຍແຜ່ໃຫ້ ປະຊາຊົນ ແລະ ຜູ້ຜະລິດຂະໜາດນ້ອຍ - ກາງຮູ້ ຜະລິດເປັນສິນຄ້າ, ສ້າງລາຍຮັບ ໃຫ້ຄອບຄົວເພື່ອຫຼຸດຜ່ອນຄວາມທຸກຍາກ. ນອກຈາກນີ້ຍັງໄດ້ຮຽນຮູ້ເຖິງການເຊື່ອມໂຍງກັບສາກົນດ້ານການຄ້ານຳອີກ ເພື່ອນຳໄປ ປັບປຸງຄຸນນະພາບ ແລະ ມາດຕະຖານຂອງສິນຄ້າ ໃຫ້ມີຄວາມອາດ ສາມາດໃນການແຂ່ງຂັນໃນອານາຄົດ.
ການຈັດຝຶກອົບຮົມຄັ້ງນິ້ ແມ່ນອີງໃສ່ທິດຊີ້ນຳຂອງຄະນະນຳ ກະຊວງ ອຸດສາຫະກຳ ແລະ ການຄ້າ, ເພື່ອຍົກຄວາມອາດສາມາດໃຫ້ກັບພະນັກງານ ອຸດສາຫະ ກຳ ແລະ ການຄ້າ ຂັ້ນເມືອງຕາມແຜນພັດທະນາບຸກຂະລາກອນຂອງ ສະຖາບັນຄົ້ນຄ້ວາເສດຖະກິດການຄ້າ ( ສສຄ ) ກໍ່ຄືຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອເລັ່ງໃສ່ປະກອບສ່ວນໃສ່ວຽກງານ 3 ສ້າງໃຫ້ເຂັ້ມແຂງ, ເຜີຍແຜ່ຂໍ້ມູນຂ່າວສານ ແລະ ວຽກງານທາງດ້ານການຄ້າຕ່າງປະເທດ ແລະ ການສຶກສາສະພາບແວດລ້ອມຂອງການເຮັດການຜະລິດ, ການຄ້າ, ການແຂ່ງຂັນຂອງທຸລະກິດຂະໜາດນ້ອຍ - ກາງ ແລະ ການສົງອອກ ເພືອ່ໃຫ້ເທົ່າ ທຽມກັບສະພາບການຂະຫຍາຍຕົວເສດຖະກິດສັງຄົມ.
£È¼¤£øÈ-¡ñ®-¡¾ນ-±ô¡-ºö®»ö´-꾤-©É¾ນ-êò©-¦½-©ó, £½ນ½¥ñ©ª˜¤±ô¡-ºö®»ö´-¢º¤ ¦¦£ ¡Ò-Ä©É-¥ñ©¡ò©-¥½-¡¿-ນº¡-¦½«¾-ນê†-À§„ນ: į-êñ©ສະນ½ê†-»¤¤¾-ນ §ó´ñ¤-À´õº¤-¸ñ¤-¸¼¤êñ¤¦º¤-¹ìñ¤ À²ˆº-¦ô¡¦¾-À«ó¤¯½¹¸ñ©-£¸¾´ À¯ñ-ນ´¾, ¡¾-ນ®ðìò¹¾ນ, ¡¾ນ-°½ìò© -Áì½ ¡¾-ນ¢¾¨; ນº¡¥¾¡ນ-˜ນ ¡Ò¨ñ¤-´ó-¡¾ນ¹ìš-À¡-´- “ ¡¾-ນ §º¡-¹¾-ª½¹ì¾©” -À²ˆº-À»ñ©-ùÉນ-ñ¡-¦¿-´½-¾¡-ºນ-ĩɻ¼ນ»øÉ-¡¾-ນ§º¡-ª½¹ì¾© -Áì½ ¸òêó-¡¾ນÀ¢í¾-¹¾-ª½¹ì¾©êñ¤-²¾¨-Ãນ -Áì½ ¦¾¡ö-ນ ¢º¤-¦òນ£É¾-쾸.
ນອກຈາກນັ້ນຄະນະຈັດຕັ້ງ ຝຶກອົບຮົມຂອງ ສສຄ ກໍ່ຍັງໄດ້ເປີດ ເວທີ ໃນການຖາມ - ຕອບພ້ອມທັງແລກປ່ຽນປະສົບການຂອງນັກສຳມະນາກອນ ແຕ່ລະເມືອງໃນຂົງເຂດພາກເໜືອ ເພື່ອໃຫ້ຮູ້ສະພາບການໃນປັດຈຸບັນ.
ການຝຶກອົບຮົມດັ່ງກ່າວ ຈັດຂຶ້ນແຕ່ວັນທີ 20 - 24 ສິງຫາທີ່ຜ່ານມາ, ທີ່ເມືອງວັງວຽງ ແຂວງວຽງຈັນ, ພ້ອມດ້ວຍການເປັນປະທານຂອງ ທ່ານ ສັນຕິສຸກ ວິໄລຈະເລີນ ຫົວໜ້າ ສະຖາບັນຄົ້ນຄ້ວາເສດຖະກິດການຄ້າ ( ສສຄ ), ພ້ອມດ້ວຍການເຂົ້າຮ່ວມໃນພິທີ ຂອງ ທ່ານ ພອນແກ້ວ ຂຸນພົນ ຮອງເຈົ້າເມືອງ, ເມືອງວັງວຽງ, ແຂວງວຽງຈັນ, ຜູ້ຮັບຜິດຊອບວຽກງານເສດຖະກິດ ແລະ ມີບັນດານັກສຳມະນາກອນເຂົ້າຮ່ວມນຳ.
Last Updated (Wednesday, 12 September 2012 11:05)